lo_1sa_text_ulb_l3/23/26.txt

1 line
813 B
Plaintext

\v 26 ໂຊນໄດ້ໄປຟາກພູເຂົາອີກຂ້າງຫນຶ່ງ, ສ່ວນດາວິດ ແລະພັກພວກຂອງລາວກໍໄປຢູ່ພູເຂົາອີກຟາກຫນຶ່ງ. ດາວິດຟ້າວຫນີໄປຈາກໂຊນ. ເພາະໂຊນແລະເຫລົ່າທະຫານຂອງພະອົງໄດ້ລ້ອມດາວິດ ແລະ ພັກພວກຂອງລາວ ເພື່ອຈະຈັບພວກລາວ. \v 27 ຜູ້ສົ່ງຂ່າວຄົນຫນຶ່ງໄດ້ມາບອກໂຊນແລະໄດ້ກ່າວວ່າ, "ຂໍໃຫ້ຮີບກັບໄປ, ເພາະຄົນຟີລິດສະຕິນໄດ້ມາຕໍ່ສູ້ແຜ່ນແດນ."