lo_1sa_text_ulb_l3/17/57.txt

1 line
736 B
Plaintext

\v 57 ເມື່ອດາວິດໄດ້ກັບມາຈາກການຂ້າພວກຟີລິດສະຕິນແລ້ວ, ອັບເນກໍໄດ້ພາຕົວລາວມາ, ແລະໄດ້ນຳເຂົ້າໄປຫາໂຊນ ພ້ອມດ້ວຍຫົວຂອງຄົນຟີລິດສະຕິນໃນມືຂອງລາວ. \v 58 ໂຊນຈຶ່ງໄດ້ຖາມວ່າ,"ເດັກຫນຸ່ມເອີຍ, ເຈົ້າເປັນລູກຂອງໃຜ?" ດາວິດໄດ້ຕອບວ່າ,"ຂ້ານ້ອຍເປັນລູກຊາຍຂອງເຢຊີຊາວເບັດເລເຮັມຜູ້ຮັບໃຊ້ຂອງພະອົງ."