lo_1sa_text_ulb_l3/17/41.txt

1 line
1000 B
Plaintext

\v 41 ຄົນຟີລິດສະຕິນນັ້ນກໍໄດ້ອອກມາໃກ້ດາວິດ, ພ້ອມກັບຄົນຖືໂລ່ຍ່າງນຳຫນ້າລາວໄປ. \v 42 ເມື່ອຄົນຟີລິດສະຕິນໄດ້ເບິ່ງຮອບໆແລະໄດ້ເຫັນດາວິດ, ກໍດູຫມິ່ນລາວ, ເພາະວ່າລາວເປັນພຽງແຕ່ເດັກນ້ອຍ, ແລະຜິວແດງໆ, ເປັນຄົນຫນ້າຕາດີ. \v 43 ແລ້ວຄົນຟີລິດສະຕິນຈຶ່ງໄດ້ເວົ້າກັບດາວິດວ່າ, "ຂ້າເປັນຫມາຫລື, ເຈົ້າຈຶ່ງມາຫາຂ້າດ້ວຍໄມ້ຄ້ອນເທົ້າ?," ແລະຄົນຟີລິດສະຕິນກໍໄດ້ສາບແຊ່ງດາວິດ ໂດຍໃຊ້ນາມບັນດາພະຂອງພວກເຂົາ.