lo_1sa_text_ulb_l3/17/37.txt

1 line
1006 B
Plaintext

\v 37 ດາວິດໄດ້ເວົ້າວ່າ, "ພຣະຢາເວຜູ້ຊົງຊ່ວຍກູ້ຂ້ານ້ອຍຈາກອົ້ງຕີນຂອງສິງ ແລະຈາກອົ້ງຕີນຂອງຫມີມາແລ້ວ. ພຣະອົງຈະຊົງຊ່ວຍກູ້ຂ້ານ້ອຍຈາກມືຂອງຄົນຟີລິດສະຕິນນີ້." ແລ້ວໂຊນຈຶ່ງໄດ້ກ່າວກັບດາວິດວ່າ,"ຈົ່ງໄປເຖີດ, ແລະຂໍພຣະຢາເວສະຖິດຢູ່ກັບເຈົ້າ." \v 38 ໂຊນກໍໄດ້ຊົງສວມຊຸດຍຸດທະພັນຂອງພະອົງໃຫ້ແກ່ດາວິດ. ພະອົງໄດ້ສວມຫມວກທອງແດງເທິງຫົວຂອງລາວ, ແລະສວມເສື້ອເກາະທີ່ເຮັດເປັນວົງຮ້ອຍດ້ວຍໂຊ່ໃຫ້ລາວ.