lo_1sa_text_ulb_l3/17/19.txt

1 line
1.0 KiB
Plaintext

\v 19 ພວກອ້າຍຂອງເຈົ້າຢູ່ກັບໂຊນກັບຄົນອິດສະຣາເອນທັງປວງທີ່ຮ່ອມພູເອລາ, ສູ້ຮົບກັບຄົນຟີລິດສະຕິນ." \v 20 ດາວິດຈຶ່ງລຸກຂຶ້ນແຕ່ເຊົ້າມືດ ແລະປະຖິ້ມຝູງສັດໃຫ້ຢູ່ໃນຄວາມດູແລຂອງຄົນລ້ຽງແກະ. ລາວໄດ້ເອົາສະບຽງອາຫານ ແລະໄດ້ຈາກໄປ, ຕາມທີ່ເຢຊີໄດ້ສັ່ງລາວ. ລາວໄດ້ມາເຖິງຄ້າຍ ຂະນະເມື່ອກອງທັບກຳລັງຈະອອກໄປແນວຮົບໂຫ່ຮ້ອງເພື່ອເຮັດສົງຄາມ. \v 21 ແລ້ວອິດສະຣາເອນກັບຄົນຟີລິດສະຕິນຕ່າງກໍໄດ້ຕັ້ງແນວຮົບປະເຊີນຫນ້າກັນ.