lo_1sa_text_ulb_l3/09/20.txt

1 line
1.4 KiB
Plaintext

\v 20 ສ່ວນເລື່ອງຝູງລວາຂອງທ່ານທີ່ຫາຍໄປສາມວັນແລ້ວນັ້ນ, ຢ່າວິຕົກກ່ຽວກັບພວກມັນເລີຍ, ເພາະມີຄົນພົບພວກມັນແລ້ວ. ຄວາມປຣາຖນາທັງຫມົດຂອງອິສະຣາເອນນັ້ນຢູ່ກັບໃຜ? ມັນບໍ່ແມ່ນຕົວທ່ານ ແລະເຊື້ອສາຍຂອງພໍ່ທ່ານຫລື?" \v 21 ໂຊນຕອບ ແລະ ເວົ້າວ່າ, "ຂ້ານ້ອຍບໍ່ແມ່ນຄົນເຜົ່າເບັນຢາມິນ, ທີ່ເປັນເຜົ່າເລັກນ້ອຍທີ່ສຸດໃນບັນດາເຜົ່າຂອງອິສະຣາເອນຫລື? ເປັນເຜົ່າເລັກນ້ອຍທີ່ສຸດໃນເຜົ່າຕ່າງໆຂອງອິສະຣາເອນ ແລະ ຕະກຸນຂອງຂ້ານ້ອຍບໍ່ແມ່ນຕະກຸນທີ່ຕໍ່າຕ້ອຍທີ່ສຸດໃນບັນດາ ຕະກຸນຂອງເຜົ່າເບັນຢາມິນຫລື? ເປັນຫຍັງທ່ານຈຶ່ງບອກຖ້ອຍຄຳເຫລົ່ານີ້ກັບຂ້ານ້ອຍ ດ້ວຍທ່າທາງຢ່າງນີ້?"