lo_1sa_text_ulb_l3/25/04.txt

1 line
1.1 KiB
Plaintext

\v 4 ດາວິດໄດ້ຍິນຈາກຖິ່ນແຫ້ງແລ້ງກັນດານວ່ານາບານກຳລັງຕັດຂົນແກະຂອງລາວຢູ່. \v 5 ດັ່ງນັ້ນດາວິດຈຶ່ງໄດ້ໃຊ້ຊາຍຫນຸ່ມສິບຄົນໄປ. ດາວິດກ່າວກັບຊາຍຫນຸ່ມເຫລົ່ານັ້ນວ່າ,"ຈົ່ງຂຶ້ນໄປໃນທີ່ຄາເມນ, ໄປຫານາບານ, ແລະທັກທາຍເຂົາໃນນາມຂອງເຮົາ. \v 6 ໃຫ້ເຈົ້າທັງຫລາຍເວົ້າກັບລາວວ່າ,"ຂໍໃຫ້ຊີວິດທີ່ຮຸ່ງເຮືອງຈົ່ງມີແກ່ທ່ານ. ສັນຕິສຸກຈົ່ງມີແກ່ທ່ານ ແລະສັນຕິສຸກຈົ່ງມີແກ່ຄອບຄົວຂອງທ່ານ, ແລະສັນຕິພາບຈົ່ງມີແກ່ທຸກສິ່ງທີ່ທ່ານມີທັງຫມົດ.