lo_1sa_text_ulb_l3/14/33.txt

1 line
1.3 KiB
Plaintext

\v 33 ແລ້ວພວກເຂົາກໍໄປບອກໂຊນວ່າ, "ມາເຖິດ, ປະຊາຊົນກຳລັງເຮັດບາບຕໍ່ພຣະຢາເວ ໂດຍໄດ້ກິນອາຫານພ້ອມກັບເລືອດ." ໂຊນໄດ້ສັ່ງວ່າ, "ພວກເຈົ້າໄດ້ປະພຶດຢ່າງບໍ່ສັດຊື່ແລ້ວ. ບັດນີ້, ຈົ່ງກີ້ງກ້ອນຫິນໃຫຍ່ມາໃຫ້ເຮົາວັນນີ້." \v 34 ໂຊນໄດ້ເວົ້າອີກວ່າ, "ຈົ່ງອອກໄປທ່າມກາງປະຊາຊົນ ແລະບອກພວກເຂົາວ່າ,'ຈົ່ງໃຫ້ທຸກຄົນນຳງົວຂອງລາວ ຫລືແກະຂອງລາວມາຂ້າເສຍທີ່ນີ້, ແລ້ວກິນອາຫານ. ຢ່າເຮັດບາບຕໍ່ສູ້ພຣະຢາເວໂດຍກິນອາຫານພ້ອມກັບເລືອດ.'" ດັ່ງນັ້ນພວກປະຊາຊົນແຕ່ລະຄົນກໍໄດ້ນຳງົວຂອງຕົນມາ ພ້ອມພວກເຂົາໃນຄືນນັ້ນແລະໄດ້ຂ້າເສຍທີ່ນັ້ນ.