lo_1sa_text_ulb_l3/06/10.txt

1 line
1.2 KiB
Plaintext

\v 10 ຄົນເຫລົ່ານັ້ນ ໄດ້ເຮັດຕາມທີ່ພວກເຂົາໄດ້ຮັບຄຳແນະນຳນັ້ນ; ພວກເຂົາໄດ້ນຳເອົາງົວແມ່ລູກອ່ອນສອງໂຕ, ທຽມແອກເຂົ້າກວຽນ, ແລ້ວຂັງລູກມັນໄວ້ທີ່ເຮືອນ. \v 11 ພວກເຂົາກໍໄດ້ວາງຫິບແຫ່ງພັນທະສັນຍາຂອງພຣະຢາເວໄວ້ເທິງກວຽນ ພ້ອມກັບກ່ອງຫນູທອງຄຳ ແລະ ຮູບຝີຂອງພວກເຂົາ. \v 12 ແມ່ງົວທັງສອງກໍຍ່າງຊື່ກົງໄປຕາມທາງທີ່ໄປເມືອງເບັດເຊມັດ. ພວກມັນໄດ້ໄປຕາມທາງຫລວງ, ພາງຍ່າງພາງຮ້ອງໄປ ໂດຍບໍ່ຫັນຂວາ ຫລືກັນຫັນຊ້າຍ. ບັນດາເຈົ້ານາຍຂອງຊາວຟິລິດສະຕິນກໍໄດ້ຕິດຕາມ ພວກມັນໄປຈົນເຖິງເຂດແດນເມືອງເບັດເຊມັດ.