1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 5 ພວກທ່ານຕ້ອງເຮັດແບບຈຳລອງຮູບຝີຂອງພວກທ່ານ, ແລະແບບຈຳລອງຮູບຫນູຂອງພວກທ່ານຊຶ່ງທຳລາຍແຜ່ນດິນ, ແລະພວກທ່ານຈົ່ງຖວາຍພຣະສະຫງ່າຣາສີແຕ່ພຣະເຈົ້າຂອງອິດສະຣາເອນ. ບາງທີພຣະອົງຈະຍົກມືຂອງພຣະອົງຈາກພວກທ່ານ, ຈາກບັນດາພຣະຂອງພວກທ່ານ, ແລະຈາກແຜ່ນດິນຂອງພວກທ່ານ. \v 6 ເປັນຫຍັງພວກທ່ານເຮັດໃຫ້ໃຈພວກທ່ານແຂງກະດ້າງ, ຢ່າງເຊັ່ນຄົນເອຢິບ ແລະຟາໂຣໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ? ນັ້ນແຫລະເມື່ອພຣະເຈົ້າຂອງຄົນອິດສະຣາເອນໄດ້ລົງໂທດຫນັກຕໍ່ພວກເຂົາ; ຄົນເອຢິບກໍຕ້ອງປ່ອຍປະຊາຊົນໄປ, ແລ້ວພວກເຂົາກໍຈາກໄປບໍ່ແມ່ນບໍ? |