lo_1sa_text_ulb_l3/06/03.txt

1 line
1.6 KiB
Plaintext

\v 3 ບັນດາປະໂລຫິດແລະພວກໂຫນຣາຈານໄດ້ຕອບວ່າ, "ຖ້າພວກທ່ານສົ່ງຫິບພັນທະສັນຍາຂອງພຣະເຈົ້າຂອງອິດສະຣາເອນໄປ, ກໍຢ່າສົ່ງໄປໂດຍບໍ່ມີຂອງຂວັນ; ທັງຫມົດນີ້ຫມາຍຄວາມວ່າຕ້ອງໄປພ້ອມເຄື່ອງບູຊາລົບລ້າງຄວາມຜິດຖວາຍແດ່ພຣະອົງ. ແລ້ວພວກທ່ານຈະຖືກປິ່ນປົວໃຫ້ຫາຍດີ, ແລະພວກເຈົ້າຈະຮູ້ວ່າ ເຫດໃດມືຂອງພຣະອົງຈຶ່ງບໍ່ຫັນໄປຈາກພວກທ່ານຈົນຮອດດຽວນີ້." \v 4 ແລ້ວພວກເຂົາໄດ້ກ່າວວ່າ,"ມັນຄວນຈະເປັນອັນໃດທີ່ ພວກເຮົາຈະຖວາຍເປັນເຄື່ອງບູຊາລົບລ້າງຄວາມຜິດ ທີ່ພວກເຮົາຕ້ອງໃຫ້ກັບພຣະອົງ?" ພວກເຂົາໄດ້ຕອບວ່າ, "ຫມາກຝີທອງຄຳຫ້າຫນ່ວຍ ແລະ ຫນູທອງຄຳຫ້າໂຕຕາມຈຳນວນເຈົ້ານາຍຂອງຄົນຟີລິດສະຕິນ. ເພາະພວກທ່ານ ແລະພວກເຈົ້ານາຍລ້ວນຖືກພັຍພິບັດຫລີ້ນງານເຊັ່ນດຽວກັນ.