lo_1sa_text_ulb_l3/05/08.txt

1 line
1.5 KiB
Plaintext

\v 8 ດັ່ງນັ້ນ ພວກເຂົາຈຶ່ງໄດ້ໃຊ້ຄົນໄປ ແລະ ໄດ້ເອີ້ນປະຊຸມເຈົ້ານາຍທັງຫມົດຂອງຊາວຟີລິດສະຕິນ; ພວກເຂົາເວົ້າກັນວ່າ,"ເຮົາຈະເຮັດຢ່າງໃດດີກັບຫິບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນ?" ພວກເຂົາຕອບວ່າ,"ໃຫ້ເຮົາຍ້າຍຫິບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນໄປທີ່ເມືອງກາດ." ດັ່ງນັ້ນພວກເຂົາຈຶ່ງຍ້າຍຫິບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນໄປທີ່ນັ້ນ. \v 9 ແຕ່ພາຍຫລັງເມື່ອພວກເຂົາຍ້າຍຫິບວົນວຽນໄປ, ມືຂອງພຣະຢາເວກໍໄດ້ລົງໂທດເມືອງນັ້ນ, ເຮັດໃຫ້ເກີດຄວາມວຸ່ນວາຍຢ່າງໃຫຍ່ຫລວງ. ພຣະອົງໄດ້ທໍລະມານຊາວເມືອງນັ້ນ, ທັງຜູ້ເຫລັກນ້ອຍແລະເຈົ້ານາຍທັງຫລາຍ; ແລະຝີຕ່າງໆກໍໄດ້ແຕກເທິງຮ່າງກາຍຂອງພວກເຂົາ.