lo_1sa_text_ulb_l3/22/01.txt

1 line
970 B
Plaintext

\c 22 \v 1 ດັ່ງນັ້ນ ດາວິດກໍໄດ້ໄປຈາກທີ່ນັ້ນ ແລະໄດ້ຫນີໄປຢູ່ທີ່ຖໍ້າອາດຸນລຳ. ເມື່ອພວກອ້າຍໆແລະເຊື້ອສາຍທັງຫລາຍຂອງບິດາຂອງລາວໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ລົງໄປຫາລາວທີ່ນັ້ນ. \v 2 ທຸກຄົນທີ່ຢູ່ໃນຄວາມທຸກຍາກ, ທຸກຄົນທີ່ມີຫນີ້ສິນ, ແລະທຸກຄົນທີ່ບໍ່ພໍໃຈກໍໄດ້ລວມກັນມາຫາລາວ—ພວກເຂົາໄດ້ມາເຕົ້າໂຮມກັນມາຫາລາວ. ດາວິດກໍເປັນຫົວຫນ້າພວກເຂົາ. ມີຄົນມາຢູ່ກັບລາວປະມານສີ່ຮ້ອຍຄົນ.