lo_1sa_text_ulb_l3/19/01.txt

1 line
1.2 KiB
Plaintext

\c 19 \v 1 ໂຊນໄດ້ກ່າວກັບໂຢນາທານລູກຊາຍຂອງພະອົງ ແລະກັບບັນດາຂ້າຣາຊະການທັງຫມົດຂອງພະອົງວ່າ ພວກເຂົາຄວນຂ້າດາວິດເສຍ. \v 2 ແຕ່ໂຢນາທານ, ລູກຊາຍຂອງໂຊນ, ພໍໃຈໃນໂຕຂອງດາວິດ. ດັ່ງນັ້ນ ໂຢນາທານໄດ້ບອກກັບດາວິດວ່າ,"ໂຊນພໍ່ຂອງຂ້ອຍຫາຊ່ອງທາງທີ່ຈະຂ້າເຈົ້າ. ເພາະສະນັ້ນ ຈົ່ງລະວັງໃຫ້ດີໃນຕອນເຊົ້າມື້ອຶ່ນນີ້ ແລະ ລີ້ໃນບ່ອນທີ່ລັບລີ້. \v 3 ຂ້ອຍຈະອອກໄປ ແລະຢືນຢູ່ຂ້າງໆພໍ່ຂອງຂ້ອຍໃນທົ່ງນາທີ່ເຈົ້າຢູ່, ແລະຂ້ອຍຈະທູນຂໍພໍ່ກ່ຽວກັບເລື່ອງຂອງເຈົ້າ. ຖ້າຂ້ອຍຮູ້ເລື່ອງໃດກໍຕາມ, ຂ້ອຍຈະບອກໃຫ້ເຈົ້າຮູ້."