lo_1sa_text_ulb_l3/18/17.txt

1 line
1.1 KiB
Plaintext

\v 17 ແລ້ວໂຊນຈຶ່ງສັ່ງດາວິດວ່າ,"ນີ້ຄືລູກສາວກົກຂອງເຮົາຊື່ເມຣາບ. ເຮົາຈະມອບນາງໃຫ້ເຈົ້າໄວ້ເປັນພັນລະຍາ. ຂໍພຽງແຕ່ເຈົ້າຈົ່ງເປັນຄົນກ້າຫານສຳລັບເຮົາ ແລະຈົ່ງຕໍ່ສູ້ໃນສົງຄາມຂອງພຣະຢາເວ." ເພາະໂຊນຄິດວ່າ, "ຢ່າໃຫ້ມືຂອງເຮົາຕໍ່ສູ້ລາວ, ແຕ່ໃຫ້ມືຂອງຄົນຟີລິດສະຕິນຕໍ່ສູ້ລາວ." \v 18 ດາວິດຈຶ່ງກ່າວກັບໂຊນວ່າ,"ຂ້ານ້ອຍເປັນໃຜ, ແລະໃຜເປັນວົງຂະນະຍາດຂອງຂ້ານ້ອຍ, ຫລືຕະກຸນບິດາຂອງຂ້ານ້ອຍໃນອິດສະຣາເອນ, ທີ່ຂ້ານ້ອຍຈະເປັນລູກເຂີຍຂອງກະສັດ?"