lo_1sa_text_ulb_l3/30/21.txt

1 line
1.4 KiB
Plaintext

\v 21 ແລ້ວດາວິດກໍໄດ້ກັບມາຫາຜູ້ຊາຍສອງຮ້ອຍຄົນ ຜູ້ທີ່ອ່ອນກຳລັງທີ່ຈະຕິດຕາມລາວໄປ, ພວກເຫລົ່ານີ້ທີ່ພວກເຂົາໄດ້ໃຫ້ພັກຜ່ອນຢູ່ທີ່ແມ່ນໍ້າເບໂສ. ພວກເຂົາໄດ້ອອກໄປພົບດາວິດ ແລະພວກປະຊາຊົນທີ່ຢູ່ກັບລາວ. ເມື່ອດາວິດໄດ້ເຂົ້າມາໃກ້ປະຊາຊົນເຫລົ່ານີ້, ລາວກໍໄດ້ທັກທາຍພວກເຂົາ. \v 22 ແລ້ວບັນດາຄົນຊົ່ວຮ້າຍແລະຄົນໄຮ້ຄ່າທັງຫລາຍທີ່ຢູ່ທ່າມກາງຄົນເຫລົ່ານັ້ນທີ່ໄດ້ຕິດຕາມດາວິດໄປກ່າວວ່າ, "ເພາະພວກເຂົາບໍ່ໄດ້ໄປກັບພວກເຮົາ, ພວກເຮົາຈະບໍ່ໃຫ້ສິ່ງທີ່ເຮົາຍຶດມາໄດ້ແກ່ພວກເຂົາ. ຍົກເວັ້ນໃຫ້ຜູ້ຊາຍແຕ່ລະຄົນໄດ້ມາເອົາພັນລະຍາ ແລະ ບັນດາລູກທັງຫລາຍຂອງເຂົາ, ນຳພາພວກເຂົາ, ແລະ ໄປເສຍ."