lo_1sa_text_ulb_l3/30/18.txt

1 line
1.3 KiB
Plaintext

\v 18 ດາວິດໄດ້ກອບກູ້ເອົາເຄື່ອງຂອງທີ່ຄົນອາມາເລກໄດ້ນຳໄປຄືນມາໄດ້ທັງຫມົດ; ແລະດາວິດກໍໄດ້ຊ່ວຍພັນລະຍາທັງສອງຂອງລາວມາໄດ້. \v 19 ບໍ່ມີສິ່ງໃດຂອງພວກເຂົາທີ່ຂາດໄປເລີຍ, ບໍ່ວ່າຈະເລັກນ້ອຍຫລືໃຫຍ່, ບໍ່ວ່າພວກລູກຊາຍຫລືພວກລູກສາວ, ບໍ່ວ່າສິ່ງຂອງທີ່ຍຶດມາຫລືສິ່ງຂອງທີ່ຖຶກປຸ້ນໄປ, ຫລືສິ່ງໃດກໍຕາມທີ່ພວກເຂົາເຫລົ່ານັ້ນໄດ້ເອົາໄປເປັນຂອງພວກເຂົາ. ດາວິດໄດ້ຄືນມາທຸກຢ່າງ. \v 20 ດາວິດຍັງໄດ້ຍຶດຝູງສັດລ້ຽງທັງຫມົດ ແລະຝູງສັດຕ່າງໆ, ຊຶ່ງພວກເຂົາໄລ່ຕ້ອນໄປຂ້າງຫນ້າຝູງສັດອຶ່ນໆ. ພວກເຂົາກ່າວວ່າ, "ນີ້ເປັນສິ່ງທີ່ດາວິດຍຶດມາໄດ້."