lo_1sa_text_ulb_l3/30/11.txt

1 line
886 B
Plaintext

\v 11 ພວກເຂົາພົບຄົນເອຢິບຄົນຫນຶ່ງຢູ່ໃນທົ່ງນາ ແລະໄດ້ນຳໂຕລາວມາຫາດາວິດ; ພວກເຂົາໄດ້ໃຫ້ເຂົ້າຈີ່ແກ່ລາວ, ແລະລາວໄດ້ກິນ; ພວກເຂົາກໍໃຫ້ລາວດື່ມນ້ຳ; \v 12 ແລະພວກເຂົາໃຫ້ເຂົ້າຫນົມຫມາກເດື່ອ ແລະ ຫມາກອະງຸ່ນແຫ້ງສອງຖົງແກ່ລາວ. ເມື່ອລາວໄດ້ກິນແລ້ວ, ລາວກໍມີກຳລັງຂຶ້ນມາອີກເທື່ອຫນຶ່ງ, ເພາະວ່າລາວບໍ່ໄດ້ກິນເຂົ້າຈີ່ຫລືດື່ມນໍ້າມາສາມວັນສາມຄືນແລ້ວ.