lo_1sa_text_ulb_l3/28/22.txt

1 line
1004 B
Plaintext

\v 22 ເພາະສະນັ້ນບັດນີ້, ຈົ່ງຟັງຄຳຮ້ອງຂໍຂອງສາວໃຊ້ຂອງພະອົງແດ່ຖ້ອນ, ແລະຂໍໃຫ້ຂ້ານ້ອຍຈັດຕຽມອາຫານເລັກນ້ອຍຕໍ່ຫນ້າພະອົງ. ຂໍໃຫ້ກິນ ເພື່ອພະອົງຈະມີກຳລັງ ເມື່ອພະອົງໄປຕາມທາງຂອງພະອົງ." \v 23 ແຕ່ໂຊນໄດ້ປະຕິເສດ ແລະໄດ້ກ່າວວ່າ, "ເຮົາຈະບໍ່ກິນ." ແຕ່ພວກຜູ້ຮັບໃຊ້ຂອງພະອົງ, ພ້ອມກັບຍິງຄົນນັ້ນ, ໄດ້ອ້ອນວອນພະອົງ, ແລະພະອົງກໍໄດ້ຟັງສຽງຂອງພວກເຂົາ. ພະອົງໄດ້ລຸກຂຶ້ນຈາກພື້ນດິນ ແລະໄດ້ນັ່ງເທິງຕຽງ.