lo_1sa_text_ulb_l3/28/20.txt

1 line
1.0 KiB
Plaintext

\v 20 ແລ້ວໂຊນກໍໄດ້ລົ້ມລົງຢຽດໂຕຊື່ເທິງພື້ນດິນທັນທີ ແລະແຮງຢ້ານກົວຫລາຍຂຶ້ນ ເພາະຖ້ອຍຄຳຂອງຊາມູເອນ. ບໍ່ມີກຳລັງເຫລືອຢູ່ໃນພະອົງ, ເພາະພະອົງບໍ່ໄດ້ຮັບປະທານອາຫານຕະຫລອດມື້, ຕະຫລອດຄືນ. \v 21 ຍິງຄົນນັ້ນກໍໄດ້ເຂົ້າມາຫາໂຊນ ແລະເມື່ອນາງເຫັນວ່າພະອົງອຸກອັ່ງໃຈຫລາຍ, ນາງຈຶ່ງໄດ້ເວົ້າວ່າ, "ເບິ່ງແມ໋, ສາວໃຊ້ຂອງພະອົງໄດ້ຟັງສຽງຂອງພະອົງ; ຂ້ານ້ອຍໄດ້ຍອມສ່ຽງຊີວິດ ແລະຍອມຟັງຖ້ອຍຄຳຂອງພະອົງໄດ້ເວົ້າກັບຂ້ານ້ອຍ.