lo_1sa_text_ulb_l3/28/08.txt

1 line
1.7 KiB
Plaintext

\v 8 ໂຊນຈຶ່ງໄດ້ປອມຕົວ, ໄດ້ນຸ່ງເຄື່ອງທຳມະດາ, ແລະໄດ້ອອກໄປ, ທັງພະອົງກັບຜູ້ຊາຍສອງຄົນ; ພວກເຂົາໄດ້ໄປຫາຜູ້ຍິງຄົນຊົງຄົນນັ້ນໃນເວລາກາງຄືນ. ພະອົງໄດ້ກ່າວວ່າ, "ຂໍເຂົ້າຊົງໃຫ້ນາຍຂອງຂ້ອຍ, ຂ້ອຍຂໍຮ້ອງເຈົ້າໂດຍການໃຫ້ວິນຍານເຂົ້າສິງ, ແລະຈົ່ງເອີ້ນຫາຄົນຕາມຊື່ທີ່ຂ້ອຍໄດ້ບອກໃຫ້ເຈົ້າ." \v 9 ຍິງຄົນນັ້ນໄດ້ກ່າວກັບພະອົງວ່າ, "ເບິ່ງແມ໋, ເຈົ້າຮູ້ຢູ່ແລ້ວວ່າ ໂຊນໄດ້ເຮັດຢ່າງໃດແດ່, ທີ່ລາວໄດ້ກຳຈັດພວກຫມໍຜີ ແລະພວກທີ່ສື່ສານກັບຄົນຕາຍຫລືວິນຍານທັງຫລາຍ. ດັ່ງນັ້ນ ເປັນຫຍັງທ່ານຈຶ່ງໄດ້ມາວາງກັບດັກຊີວິດຂອງຂ້ານ້ອຍ, ເພື່ອໃຫ້ຂ້ານ້ອຍຕາຍຫລື?" \v 10 ໂຊນໄດ້ປະຕິຍານໃນນາມຂອງພຣະຢາເວກັບຜູ້ຍິງຄົນນັ້ນວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ, ເຈົ້າຈະບໍ່ຖືກລົງໂທດເພາະເລື່ອງນີ້ສັນນັ້ນ."