lo_1sa_text_ulb_l3/28/05.txt

1 line
1.4 KiB
Plaintext

\v 5 ເມື່ອໂຊນໄດ້ເຫັນກອງທັບຂອງຄົນຟີລິດສະຕິນ, ພະອົງກໍຢ້ານກົວ, ແລະໃຈຂອງພະອົງກໍສັ່ນສະທ້ານຢ້ານກົວຫລາຍ. \v 6 ໂຊນໄດ້ອະທິຖານຕໍ່ພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ແຕ່ພຣະຢາເວບໍ່ໄດ້ຕອບພະອົງ—ບໍ່ວ່າ ດ້ວຍຄວາມຝັນ, ຫລືດ້ວຍອຸຣິມ, ຫລືໂດຍທາງພວກຜູ້ປະກາດພຣະທຳ. \v 7 ແລ້ວໂຊນຈຶ່ງໄດ້ສັ່ງພວກຜູ້ຮັບໃຊ້ຂອງພະອົງວ່າ, "ຈົ່ງໄປຄົ້ນຫາຍິງຄົນຜູ້ທີ່ສາມາດເວົ້າກັບຄົນຕາຍໄດ້, ເພື່ອວ່າເຮົາຈະໄດ້ໄປຫານາງ ແລະຂໍຄຳແນະນຳຈາກນາງ." ຜູ້ຮັບໃຊ້ທັງຫລາຍຂອງພະອົງກໍໄດ້ເວົ້າວ່າ, "ເບິ່ງແມ໋, ມີຜູ້ຍິງຄົນຫນຶ່ງຢູ່ໃນເຮືອນເອນໂດນ ຜູ້ທີ່ປະກາດໂຕວ່າ ສາມາດເວົ້າກັບຄົນຕາຍໄດ້."