lo_1sa_text_ulb_l3/28/01.txt

1 line
1.1 KiB
Plaintext

\c 28 \v 1 ສິ່ງນີ້ໄດ້ເກີດຂຶ້ນໃນວັນເຫລົ່ານັ້ນຄືຄົນຟີລິດສະຕິນໄດ້ເຕົ້າໂຮມກອງທັບຂອງພວກເຂົາ ເພື່ອເຮັດສົງຄາມສູ້ຮົບກັບອິດສະຣາເອນ. ອາກີເຊໄດ້ເວົ້າກັບດາວິດວ່າ, "ຈົ່ງຮູ້ແນ່ວ່າ ເຈົ້າຈະອອກໄປກັບເຮົາໃນກອງທັບ, ທັງເຈົ້າແລະຄົນຂອງເຈົ້າດ້ວຍ." \v 2 ດາວິດໄດ້ເວົ້າກັບອາກີເຊວ່າ, "ສຸດແລ້ວແຕ່ຈະເຫັນຄວນ ພະອົງຊົງຮູ້ວ່າ ຜູ້ຮັບໃຊ້ຂອງພະອົງເຮັດອັນໃດໄດ້ແດ່." ອາກີເຊໄດ້ເວົ້າກັບດາວິດວ່າ, "ດັ່ງນັ້ນ ເຮົາຈະຕັ້ງເຈົ້າໃຫ້ເປັນທະຫານອາລັກຂາຂອງເຮົາຢ່າງຖາວອນ."