lo_1sa_text_ulb_l3/27/08.txt

1 line
997 B
Plaintext

\v 8 ດາວິດ ແລະ ຄົນຂອງລາວກໍໄດ້ໄປໂຈມຕີຄົນເກຊູ, ຄົນເກເຊີ, ແລະຄົນອາມາເລກ; ເພາະຊົນຊາດເຫລົ່ານີ້ໄດ້ອາໄສຢູ່ໃນດິນແດນນັ້ນ, ໄກໄປຈົນເຖິງເມືອງຊູເຖິງແຜ່ນດິນເອຢິບ, ພວກເຂົາໄດ້ອາໄສຢູ່ໃນດິນແດນນັ້ນມາຕັ້ງແຕ່ບູຮານແລ້ວ. \v 9 ດາວິດກໍໄດ້ໂຈມຕີແຜ່ນດິນ ແລະບໍ່ໄດ້ໄວ້ຊີວິດຜູ້ຊາຍຫລືຜູ້ຍິງຈັກຄົນເລີຍ; ລາວໄດ້ຍຶດເອົາຝູງແກະ, ຝູງງົວ, ຝູງລາ, ຝູງອຸດ, ແລະ ເສື້ອຜ້າ; ລາວໄດ້ກັບແລະມາຫາອາກີເຊອີກຄັ້ງ.