lo_1sa_text_ulb_l3/27/05.txt

1 line
1.3 KiB
Plaintext

\v 5 ດາວິດຈຶ່ງໄດ້ເວົ້າກັບອາກີເຊວ່າ, "ຖ້າຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງພະອົງແລ້ວ, ຂໍຊົງໃຫ້ພວກເຂົາມອບສະຖານທີ່ແຫ່ງຫນຶ່ງໃນເມືອງທັງຫລາຍຂອງພະອົງໃຫ້ແກ່ຂ້ານ້ອຍ, ເພື່ອພວກຂ້ານ້ອຍຈະໄດ້ອາໄສຢູ່ນັ້ນ; ເພາະວ່າບໍ່ມີເຫດຜົນທີ່ຜູ້ຮັບໃຊ້ຂອງພະອົງຈະຕ້ອງຢູ່ໃນເມືອງຮ່ວມກັບພະອົງ?" \v 6 ດັ່ງນັ້ນອາກີເຊກໍໄດ້ມອບສີລາກໃຫ້ລາວໃນວັນນັ້ນເອງ; ນັ້ນເປັນເຫດຜົນວ່າ ເປັນຫຍັງສີລາກຈຶ່ງເປັນຂອງບັນດາກະສັດແຫ່ງຢູດາຈົນເຖິງທຸກວັນນີ້. \v 7 ໄລຍະເວລາທີ່ດາວິດເຂົ້າໄປຢູ່ໃນດິນແດນຟີລິດສະຕິນນັ້ນ ເປັນເວລາຫນຶ່ງປີ ແລະ ອີກສີ່ເດືອນເຕັມ.