lo_1sa_text_ulb_l3/26/15.txt

1 line
1.2 KiB
Plaintext

\v 15 ດາວິດໄດ້ຕອບອັບເນວ່າ, "ເຈົ້າບໍ່ແມ່ນຜູ້ຊາຍທີ່ກ້າຫານດອກຫລື? ໃນອິດສະຣາເອນມີໃຜສະເຫມີເຫນືອນເຈົ້າເເດ່? ເປັນຫຍັງເຈົ້າບໍ່ເຝົ້າກະສັດ ເຈົ້ານາຍຂອງເຈົ້າໄວ້? ເພາະໄດ້ມີຄົນຫນຶ່ງໄດ້ເຂົ້າໄປຈະປະຫານເຈົ້ານາຍຂອງເຈົ້າ. \v 16 ສິ່ງທີ່ເຈົ້າໄດ້ເຮັດນີ້ບໍ່ດີ. ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ພວກເຈົ້າຄວນຕາຍເພາະພວກເຈົ້າບໍ່ໄດ້ເຝົ້າລະວັງເຈົ້ານາຍຂອງພວກເຈົ້າ, ຜູ້ຊຶ່ງພຣະຢາເວໄດ້ຊົງເຈິມໄວ້. ບັດນີ້ ເບິ່ງແມ໋ ຫອກຂອງກະສັດຢູ່ບ່ອນໃດ ແລະໄຫນໍ້າບ່ອນເທິງຫົວຂອງພະອົງນັ້ນຢູ່ບ່ອນໃດ!"