lo_1sa_text_ulb_l3/25/39.txt

1 line
1.2 KiB
Plaintext

\v 39 ເມື່ອດາວິດໄດ້ຍິນວ່ານາບານສິ້ນຊີວິດແລ້ວ, ລາວຈຶ່ງໄດ້ເວົ້າວ່າ, "ສາທຸການແດ່ພຣະຢາເວ ຜູ້ຊົງແກ້ແຄ້ນການຢຽດຢໍ້າທີ່ຂ້ານ້ອຍໄດ້ຮັບຈາກມືຂອງນາບານ ແລະປ້ອງກັນຜູ້ຮັບໃຊ້ຂອງພຣະອົງຈາກຄວາມຊົ່ວ. ພຣະຢາເວຊົງຕອບແທນຄວາມຊົ່ວຂອງນາບານໃຫ້ຕົກໃສ່ເທິງຫົວຂອງລາວເອງ." ແລ້ວດາວິດກໍໄດ້ສົ່ງຄົນໄປແລະໄດ້ເວົ້າກັບອາບີກາເອນໃຫ້ມາເປັນພັນຣະຍາຂອງລາວ. \v 40 ເມື່ອຜູ້ຮັບໃຊ້ຂອງດາວິດມາເຖິງອາບີກາເອນທີ່ກາເມນ, ພວກເຂົາໄດ້ເວົ້າກັບນາງວ່າ, "ດາວິດໄດ້ສົ່ງພວກເຮົາມາຫາທ່ານເພື່ອນຳທ່ານໄປເປັນພັນຣະຍາຂອງລາວ."