lo_1sa_text_ulb_l3/25/25.txt

1 line
1.4 KiB
Plaintext

\v 25 ຂໍເຈົ້ານາຍຂອງຂ້ານ້ອຍໂຜດຢ່າໄດ້ເອົາຄວາມກັບ, ນາບານ, ຜູ້ຊາຍໄຮ້ຄ່າຄົນນີ້ເລີຍ, ເພາະເຂົາເປັນຄືກັບຊື່ຂອງລາວ ຊື່ຂອງລາວຄືນາບານ, ແລະຄວາມໂງ່ຈ້າກໍໄດ້ຢູ່ກັບລາວ. ແຕ່ສ່ວນຂ້ານ້ອຍຂ້າໃຊ້ຂອງທ່ານບໍ່ໄດ້ເຫັນພວກຄົນຫນຸ່ມຂອງທ່ານຊຶ່ງທ່ານໃຊ້ໄປ. \v 26 ແລ້ວບັດນີ້, ເຈົ້ານາຍຂອງຂ້ານ້ອຍ, ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ແລະທ່ານມີຊີວິດຢູ່ແນ່ສັນນັ້ນ, ເພາະພຣະຢາເວຊົງຢັບຢັ້ງທ່ານເສຍຈາກຄວາມຜິດທີ່ເຮັດໃຫ້ເລືອດຕົກ, ແລະຈາກການແກ້ແຄ້ນດ້ວຍມືຂອງທ່ານເອງ, ບັດນີ້ຂໍໃຫ້ພວກສັດຕຣູຂອງທ່ານ, ແລະພວກທີ່ຈະປອງຮ້າຍຕໍ່ເຈົ້ານາຍຂອງຂ້ານ້ອຍ, ເປັນເຫມືອນຢ່າງນາບານ.