lo_1sa_text_ulb_l3/24/10.txt

1 line
1.6 KiB
Plaintext

\v 10 ໃນວັນນີ້ ຕໍ່ສາຍຕາຂອງພະອົງໄດ້ປະຈັກແລ້ວວ່າ ພຣະຢາເວ ສົ່ງພະອົງໄວໃນມືຂອງຂ້ານ້ອຍແລ້ວ ເມື່ອພວກເຮົາຢູ່ໃນຖໍ້າ. ບາງຄົນຂໍໃຫ້ຂ້ານ້ອຍປຣະຫານພະອົງເສຍ, ແຕ່ຂ້ານ້ອຍກໍໄດ້ໄວ້ຊີວິດຂອງພະອົງ. ຂ້ານ້ອຍກ່າວວ່າ, 'ເຮົາຈະບໍ່ຢຽດມືອອກທຳຮ້າຍເຈົ້ານາຍຂອງເຮົາ; ເພາະພະອົງເປັນຜູ້ທີ່ພຣະຢາເວຊົງເຈີມໄວ້.' \v 11 ເບິ່ງແມ໋, ບິດາຂອງຂ້ານ້ອຍ, ເບິ່ງສົ້ນເສື້ອຂອງພະອົງຢູ່ໃນມືຂອງຂ້ານ້ອຍແລ້ວ. ເພາະວ່າ ຂ້ານ້ອຍໄດ້ຕັດສົ້ນເສື້ອຂອງພະອົງອອກ ແລະບໍ່ໄດ້ປຣະຫານພະອົງເສຍ, ຂໍພະອົງຊົງຮູ້ເຖີດ ແລະເບິ່ງເຖີດວ່າ ໃນມືຂອງຂ້ານ້ອຍບໍ່ມີຄວາມຜິດຫລືກະບົດ, ແລະຂ້ານ້ອຍບໍ່ໄດ້ເຮັດບາບຕໍ່ສູ້ພະອົງ, ເຖິງແມ່ນວ່າພະອົງກຳລັງຕາມລ່າຊີວິດຂອງຂ້ານ້ອຍ ເພື່ອທຳລາຍຂ້ານ້ອຍເສຍກໍຕາມ.