lo_1sa_text_ulb_l3/23/10.txt

1 line
1.0 KiB
Plaintext

\v 10 ແລ້ວດາວິດໄດ້ກ່າວວ່າ, "ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນແນ່ນອນວ່າໂຊນຫາຊ່ອງທາງທີ່ຈະມາຍັງເຄອີລາ, ເພື່ອທຳລາຍເມືອງນີ້ ເພາະຂ້ານ້ອຍເປັນເຫດ. \v 11 ຊາວເຄອີລາຈະມອບຂ້ານ້ອຍໄວ້ໃນມືຂອງໂຊນຫລື? ໂຊນຈະລົງມາດັ່ງທີ່ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນມານັ້ນຢ່າງນັ້ນຫລື? ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຂໍພຣະອົງໄດ້ບອກຜູ້ຮັບໃຊ້ຂອງພຣະອົງເຖີດ." ພຣະຢາເວໄດ້ກ່າວວ່າ, "ເຂົາຈະລົງມາ."