lo_1sa_text_ulb_l3/23/05.txt

1 line
790 B
Plaintext

\v 5 ດາວິດກັບພັກພວກຂອງລາວກໍໄດ້ໄປຍັງເຄອີລາຕໍ່ສູ້ກັບຄົນຟີລິສະຕິນ. ລາວໄດ້ນຳເອົາຝູງສັດຂອງພວກເຂົາໄປ ແລະໄດ້ໂຈມຕີພວກເຂົາດ້ວຍການຂ້າຢ່າງຫລວງຫລາຍ. ດັ່ງນັ້ນດາວິດກໍໄດ້ຊ່ວຍກູ້ຊາວເມືອງເຄອີລາໄວ້. \v 6 ເມື່ອອາບີຢາທາລູກຊາຍຂອງອາຫິເມເລັກໄດ້ຫນີໄປຫາດາວິດທີ່ເມືອງເຄອີລານັ້ນ, ລາວໄດ້ຖືເສື້ອເອໂຟດໄປນຳ.