lo_1sa_text_ulb_l3/23/01.txt

1 line
921 B
Plaintext

\c 23 \v 1 ພວກເຂົາບອກດາວິດວ່າ,"ເບິ່ງແມ໋, ຄົນຟີລິສະຕິນກຳລັງສູ້ຮົບກັບເມືອງເຄອີລາ ແລະກຳລັງປຸ້ນລານນວດເຂົ້າ." \v 2 ດັ່ງນັ້ນ ດາວິດຈຶ່ງໄດ້ກ່າວຕໍ່ພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອແລະໄດ້ທູນຖາມວ່າ, "ຄວນທີ່ຂ້ານ້ອຍຈະໄປຕໍ່ສູ້ກັບຄົນຟີລິສະຕິນເຫລົ່ານີ້ຫລືບໍ? ພຣະຢາເວໄດ້ກ່າວກັບດາວິດວ່າ, "ຈົ່ງໄປເຖີດ ແລະຕໍ່ສູ້ກັບຄົນຟີລິສະຕິນ ແລະຈົ່ງຊ່ວຍກູ້ເມືອງເຄອີລາໄວ້."