lo_1sa_text_ulb_l3/22/16.txt

1 line
1.0 KiB
Plaintext

\v 16 ກະສັດໄດ້ຕອບວ່າ, "ອາຫິເມເລັກເອີຍ, ເຈົ້າຈະຕ້ອງຕາຍຢ່າງແນ່ນອນ, ທັງເຈົ້າເອງແລະເຊື້ອສາຍທັງປວງຂອງບິດາຂອງເຈົ້າດ້ວຍ." \v 17 ກະສັດກໍໄດ້ສັ່ງໃຫ້ທະຫານຮັກສາພະອົງຜູ້ທີ່ຢືນຢູ່ໃກ້ໆທີ່ນັ້ນວ່າ, "ຈົ່ງຫັນມາແລະຂ້າພວກປະໂລຫິດຂອງພຣະຢາເວສາ. ເພາະວ່າມືຂອງພວກເຂົາຢູ່ກັບດາວິດ, ແລະເພາະວ່າພວກເຂົາໄດ້ຮູ້ວ່າລາວຫນີໄປ, ແຕ່ບໍ່ໄດ້ແຈ້ງໃຫ້ເຮົາຮູ້." ແຕ່ພວກຜູ້ຮັບໃຊ້ຂອງກະສັດບໍ່ໄດ້ລົງມືຂ້າພວກປະໂລຫິດຂອງພຣະຢາເວ.