lo_1sa_text_ulb_l3/22/11.txt

1 line
1.5 KiB
Plaintext

\v 11 ແລ້ວກະສັດກໍໄດ້ສົ່ງຄົນໄປເອີ້ນເອົາອາຫິເມເລັກປະໂລຫິດ ລູກຊາຍຂອງອາຫິທູບ ແລະເຊື້ອສາຍບິດາຂອງທ່ານທັງຫມົດ, ທີ່ເປັນພວກປະໂລຫິດທີ່ໄດ້ຢູ່ໃນເມືອງໂນບ. ພວກເຂົາທຸກຄົນກໍໄດ້ມາຫາກະສັດ. \v 12 ໂຊນໄດ້ກ່າວວ່າ, "ບັດນີ້ຈົ່ງຟັງ, ລູກຊາຍຂອງອາຫິທູບ." ລາວໄດ້ຕອບວ່າ,"ຂ້ານ້ອຍຢູ່ທີ່ນີ້ແລ້ວ, ເຈົ້ານາຍຂອງຂ້ານ້ອຍ." \v 13 ໂຊນໄດ້ກ່າວກັບລາວວ່າ, "ເປັນຫຍັງພວກເຈົ້າຈຶ່ງຮ່ວມກັນກະບົດຕໍ່ເຮົາ, ທັງພວກເຈົ້າແລະລູກຊາຍຂອງເຢຊີ, ໃນການທີ່ເຈົ້າໄດ້ໃຫ້ເຂົ້າຈີ່ແລະດາບແກ່ລາວ, ແລະໄດ້ຖາມພຣະເຈົ້າໃຫ້ລາວ ເພື່ອທີ່ພຣະອົງຈະຊົງຊ່ວຍລາວ, ດັ່ງນັ້ນລາວຈຶ່ງໄດ້ລຸກຂຶ້ນຕໍ່ສູ້ກັບເຮົາ, ແລະໄດ້ຄອຍຖ້າຊຸ່ມດັກເຮົາຢູ່, ເຫມືອນຢ່າງທຸກວັນນີ້?"