lo_1sa_text_ulb_l3/22/07.txt

1 line
1.6 KiB
Plaintext

\v 7 ໂຊນໄດ້ກ່າວກັບພວກຜູ້ຮັບໃຊ້ທີ່ຢືນຢູ່ຮອບພະອົງວ່າ, "ບັດນີ້ຈົ່ງຟັງໃຫ້ດີ, ປະຊາຊົນແຫ່ງເບັນຢາມິນ! ລູກຊາຍຂອງເຢຊີຈະໃຫ້ທົ່ງນາທັງຫລາຍ ແລະສວນອະງຸ່ນທັງຫລາຍແກ່ພວກເຈົ້າຫລື? ລາວຈະຕັ້ງພວກເຈົ້າໃຫ້ເປັນຜູ້ບັງຄັບບັນຊາກອງພັນ ແລະຜູ້ບັງຄັບບັນຊາກອງຮ້ອຍຫລື, \v 8 ເພື່ອເປັນການແລກປ່ຽນສຳລັບທີ່ພວກເຈົ້າທັງຫມົດຄິດກະບົດຕໍ່ເຮົາຫລື? ບໍ່ມີໃຜຈັກຄົນແຈ້ງແກ່ເຮົາເລີຍ ເມື່ອລູກຊາຍຂອງເຮົາເຮັດພັນທະສັນຍາກັບລູກຊາຍຂອງເຢຊີ. ບໍ່ມີໃຜໃນພວກເຈົ້າກຳລັງເສຍໃຈກັບເຮົາ. ບໍ່ມີໃຜຈັກຄົນໃນພວກເຈົ້າແຈ້ງແກ່ເຮົາວ່າ ລູກຊາຍຂອງເຮົາ ໄດ້ປຸກປັ່ນດາວິດຜູ້ຮັບໃຊ້ຂອງເຮົາໃຫ້ຕໍ່ສູ້ກັບເຮົາ. ໃນວັນນີ້ລາວກໍຫລົບລີ້ແລະຄອຍຖ້າເຮົາ ເພື່ອລາວຈະໄດ້ໂຈມຕີເຮົາ."