lo_1sa_text_ulb_l3/22/03.txt

1 line
1.4 KiB
Plaintext

\v 3 ແລ້ວດາວິດກໍໄດ້ອອກຈາກທີ່ນັ້ນໄປຍັງເມືອງມິຊະປາໃນໂມອາບ. ລາວໄດ້ບອກກະສັດແຫ່ງໂມອາບວ່າ, "ຂໍໂຜດໃຫ້ບິດາມານດາຂອງຂ້ານ້ອຍໄປຢູ່ກັບພະອົງເຖີດ ຈົນກວ່າຂ້ານ້ອຍຈະຮູ້ວ່າ ພຣະເຈົ້າຈະຊົງກະທຳປະການໃດເພື່ອຂ້ານ້ອຍ." \v 4 ລາວກໍໄດ້ປະພວກເຂົາໄວ້ກັບກະສັດແຫ່ງໂມອາບ. ບິດາແລະມານດາຂອງລາວກໍໄດ້ອາສັຍຢູ່ກັບພະອົງຕະຫລອດເວລາທີ່ດາວິດຢູ່ໃນທີ່ກຳບັງເຂັ້ມແຂງຂອງລາວ. \v 5 ແລ້ວຜູ້ປະກາດພຣະທັມຊື່ກາດໄດ້ເວົ້າກັບດາວິດວ່າ, "ຢ່າຢູ່ໃນທີ່ກຳບັງເຂັ້ມແຂງຂອງທ່ານ. ຈົ່ງຈາກໄປເສຍແລະເຂົ້າໄປໃນແຜ່ນດິນຢູດາເຖີດ." ດັ່ງນັ້ນ ດາວິດກໍໄດ້ຈາກທີ່ນັ້ນແລະໄດ້ໄປຢູ່ໃນປ່າເຮເຣັດ.