lo_1sa_text_ulb_l3/21/10.txt

1 line
798 B
Plaintext

\v 10 ດາວິດກໍໄດ້ລຸກຂຶ້ນແລະໄດ້ຫນີຈາກໂຊນໄປຫາອາກິດ, ກະສັດຂອງເມືອງກາດ. \v 11 ພວກຜູ້ຮັບໃຊ້ຂອງອາກິດໄດ້ກ່າວກັບລາວວ່າ, "ດາວິດຄົນນີ້ບໍ່ແມ່ນຫລືທີ່ເປັນກະສັດຂອງແຜ່ນດິນນັ້ນ? ພວກເຂົາບໍ່ໄດ້ຮ້ອງເພງໃຫ້ກັນແລະກັນກ່ຽວກັບລາວໃນການເຕັ້ນລຳຫລືທີ່ວ່າ, 'ໂຊນໄດ້ຂ້າຄົນເປັນພັນໆຄົນ, ແລະດາວິດໄດ້ຂ້າຄົນເປັນຫມື່ນໆຄົນ?'"