lo_1sa_text_ulb_l3/21/08.txt

1 line
1.3 KiB
Plaintext

\v 8 ດາວິດໄດ້ເວົ້າກັບອາຫິເມເລັກວ່າ, "ບັດນີ້ ທີ່ນີ້ບໍ່ມີຫອກຫລືດາບໃນມືຢູ່ຈັກດວງຫນຶ່ງຫລື? ເພາະວ່າ ຂ້າພະເຈົ້າບໍ່ໄດ້ນຳດາບຫລືອາວຸດຕິດໂຕມາເລີຍ, ເພາະວ່າ ພາຣະກິດຂອງກະສັດນັ້ນເລັ່ງດ່ວນຫລາຍ." \v 9 ປະໂລຫິດຄົນນັ້ນຈຶ່ງໄດ້ກ່າວວ່າ, "ດາບຂອງໂກລິອາດຄົນຟີລິສະຕິນ, ຊຶ່ງທ່ານໄດ້ຂ້າທີ່ຮ່ອມພູເອລານັ້ນ, ຍັງຖຶກຜ້າຫໍ່ຢູ່ຂ້າງຫລັງເສື້ອເອໂຟດ. ຖ້າທ່ານຕ້ອງການດາບດວງນັ້ນ, ຈົ່ງເອົາໄປເຖີດ, ເພາະວ່າບໍ່ມີອາວຸດອຶ່ນໃດຢູ່ທີ່ນີ້ອີກແລ້ວ. "ດາວິດໄດ້ເວົ້າວ່າ, "ບໍ່ມີດາບດວງອຶ່ນອີກເຫມືອນດາບດວງນັ້ນແລ້ວ; ເອົາໃຫ້ຂ້າພະເຈົ້າເຖີດ."