lo_1sa_text_ulb_l3/21/05.txt

1 line
1.4 KiB
Plaintext

\v 5 ດາວິດໄດ້ຕອບປະໂລຫິດວ່າ, "ທີ່ຈິງແລ້ວ ພວກຜູ້ຍິງກໍໄດ້ຖຶກຮັກສາໃຫ້ຫ່າງຈາກເຮົາໃນຕະຫລອດສາມມື້ທີ່ຜ່ານມາແລ້ວ, ເຫມືອນຄັ້ງກ່ອນໆທີ່ຂ້າພະເຈົ້າໄດ້ອອກໄປ. ສິ່ງຕ່າງໆທີ່ເປັນຂອງຜູ້ຊາຍກໍໄດ້ຖຶກເຮັດໃຫ້ບໍຣິສຸດ ເຖິງແມ່ນເປັນການເຮັດວຽກຕາມປົກກະຕິແລ້ວ ຍິ່ງວັນນີ້ພວກເຂົາກໍຍິ່ງບໍຣິສຸດກວ່າເກົ່າ." \v 6 ດັ່ງນັ້ນ ປະໂລຫິດຈຶ່ງໄດ້ມອບເຂົ້າຈີ່ບໍຣິສຸດໃຫ້ແກ່ລາວ. ເພາະວ່າທີ່ນັ້ນບໍ່ມີເຂົ້າອຶ່ນອີກນອກຈາກເຂົ້າຈີ່ຕໍ່ຫນ້າພຣະພັກ, ຊຶ່ງໄດ້ເກັບມາຈາກຕໍ່ຫນ້າພຣະພັກຂອງພຣະຢາເວ, ເພື່ອທີ່ຈະວາງເຂົ້າຈີ່ໃຫມ່ແທນທີ່ໃນວັນທີ່ເກັບເອົາເຂົ້າຈີ່ເກົ່ານັ້ນອອກໄປ.