lo_1sa_text_ulb_l3/21/01.txt

1 line
1.2 KiB
Plaintext

\c 21 \v 1 ແລ້ວດາວິດກໍໄດ້ມາທີ່ເມືອງໂນບໄປຫາອາຫິເມເລັກປະໂລຫິດ. ອາຫິເມເລັກໄດ້ຕົວສັ່ນເຊັນດ້ວຍຄວາມຢ້ານມາຫາດາວິດ ແລະໄດ້ກ່າວກັບລາວວ່າ, "ຍ້ອນຫຍັງທ່ານຈຶ່ງມາຄົນດຽວ ແລະບໍ່ມີໃຜມາກັບທ່ານຫລື?" \v 2 ດາວິດຈຶ່ງໄດ້ເວົ້າກັບອາຫິເມເລັກປະໂລຫິດວ່າ, "ກະສັດໄດ້ສົ່ງຂ້າພະເຈົ້າໃຫ້ເຮັດພາຣະກິດຢ່າງຫນຶ່ງ ແລະໄດ້ສັ່ງແກ່ຂ້າພະເຈົ້າວ່າ, "ຢ່າໃຫ້ໃຜຮູ້ເຖິງເລື່ອງທີ່ເຮົາໃຊ້ເຈົ້າໄປເຮັດນັ້ນ, ແລະເລື່ອງທີ່ເຮົາໄດ້ບັນຊາເຈົ້ານັ້ນ.' ຂ້າພະເຈົ້າໄດ້ນັດຫມາຍໄວ້ກັບພວກຄົນຫນຸ່ມໃນສະຖານທີ່ແຫ່ງຫນຶ່ງ.