lo_1sa_text_ulb_l3/20/28.txt

1 line
998 B
Plaintext

\v 28 ໂຢນາທານກໍໄດ້ຕອບໂຊນວ່າ,"ດາວິດວິງວອນຂໍລາຂ້ານ້ອຍໄປຍັງບ້ານເບັດເລເຮັມ. \v 29 ລາວໄດ້ບອກວ່າ, 'ຂໍປ່ອຍຂ້າພະເຈົ້າໄປ. ເພາະຕະກຸນຂອງຂ້າພະເຈົ້າມີການຖວາຍສັດບູຊາໃນເມືອງ, ແລະອ້າຍໆຂອງຂ້າພະເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ໄປທີ່ນັ້ນ. ບັດນີ້, ຖ້າຂ້າພະເຈົ້າໄດ້ຮັບຄວາມພໍໃຈຈາກທ່ານ, ກໍຂໍໃຫ້ຂ້າພະເຈົ້າໄດ້ໄປ ແລະ ຢ້ຽມຢາມພວກອ້າຍໆຂອງຂ້າພະເຈົ້າ.' ດ້ວຍເຫດນີ້ລາວຈຶ່ງບໍ່ໄດ້ມາຮ່ວມໂຕະຂອງກະສັດ."