lo_1sa_text_ulb_l3/20/08.txt

1 line
1.1 KiB
Plaintext

\v 8 ດັ່ງນັ້ນ ຂໍທ່ານເຮັດຢ່າງມີຄວາມເມດຕາແກ່ຜູ້ຮັບໃຊ້ຂອງທ່ານດ້ວຍ. ເພາະທ່ານໄດ້ນຳຜູ້ຮັບໃຊ້ຂອງທ່ານເຂົ້າສູ່ພັນທະສັນຍາແຫ່ງພຣະຢາເວກັບທ່ານ. ແຕ່ຖ້າມີຄວາມບາບໃນຕົວຂອງຂ້າພະເຈົ້າ, ຈົ່ງປຣະຫານຂ້າພະເຈົ້າດ້ວຍໂຕທ່ານເອງ; ເປັນຫຍັງທ່ານຈະນຳຂ້າພະເຈົ້າໃຫ້ພໍ່ຂອງທ່ານຫລື? \v 9 ໂຢນາທານຈຶ່ງໄດ້ກ່າວວ່າ, "ຢ່າໃຫ້ເປັນຢ່າງນັ້ນສຳລັບເຈົ້າເລີຍ! ຖ້າເຮົາໄດ້ຮູ້ວ່າ ພໍ່ຂອງເຮົາໄດ້ເຮັດການຮ້າຍທີ່ຈະມາເຖິງທ່ານ, ເຮົາຈະບໍ່ບອກເຈົ້າຫລື?"