lo_1sa_text_ulb_l3/20/01.txt

1 line
1.2 KiB
Plaintext

\c 20 \v 1 ແລ້ວດາວິດກໍໄດ້ຫນີຈາກນາໂຢດໃນເມືອງຣາມາ ແລະໄດ້ມາ ແລະໄດ້ກ່າວຕໍ່ໂຢນາທານວ່າ,"ຂ້າພະເຈົ້າໄດ້ເຮັດສິ່ງໃດຫລື? ມີຫຍັງເປັນຄວາມຜິດຂອງຂ້າພະເຈົ້າຫລື? ຂ້າພະເຈົ້ໄດ້ເຮັດບາບອັນໃດຕໍ່ບິດາຂອງທ່ານ, ພະອົງຈຶ່ງຕ້ອງການເອົາຊີວິດຂອງຂ້າພະເຈົ້າ?" \v 2 ໂຢນາທານໄດ້ຕອບດາວິດວ່າ,"ບໍ່ແມ່ນຢ່າງນັ້ນແນ່ນອນ; ທ່ານຈະບໍ່ຕາຍດອກ. ບິດາຂອງເຮົາບໍ່ເຄີຍເຮັດເລື່ອງໃຫຍ່ຫລືເລື່ອງນ້ອຍອັນໃດ ໂດຍບໍ່ໄດ້ບອກໃຫ້ເຮົາຮູ້. ເປັນຫຍັງພໍ່ຈະປິດບັງເລື່ອງນີ້ຈາກເຮົາຫລື? ບໍ່ເປັນດັ່ງນັ້ນແນ່ນອນ."