lo_1sa_text_ulb_l3/19/18.txt

1 line
1.2 KiB
Plaintext

\v 18 ບັດນີ້ ດາວິດກໍຫນີລອດໄປໄດ້, ແລະລາວໄດ້ໄປຫາຊາມູເອນທີ່ຣາມາ ແລະ ໄດ້ເລົ່າໃຫ້ລາວຟັງທຸກສິ່ງທີ່ໂຊນໄດ້ເຮັດຕໍ່ລາວ. ແລ້ວຊາມູເອນກໍໄດ້ຢູ່ທີ່ນາໂຢດ. \v 19 ມີຄົນໄປບອກໂຊນວ່າ, "ເບິ່ງແມ໋, ດາວິດຢູ່ທີ່ນາໂຢດໃນຣາມາ." \v 20 ແລ້ວໂຊນກໍໄດ້ສົ່ງພວກຜູ້ສົ່ງຂ່າວໄປຈັບດາວິດ. ເມື່ອພວກເຂົາໄດ້ເຫັນຫມູ່ຂອງພວກຜູ້ປະກາດພຣະທັມກຳລັງປະກາດພຣະທັມຢູ່ ແລະຊາມູເອນກໍໄດ້ຢືນເປັນຫົວຫນ້າພວກເຂົາ, ພຣະວິນຍານຂອງພຣະເຈົ້າກໍໄດ້ສວມທັບພວກຜູ້ສົ່ງຂ່າວຂອງໂຊນ, ແລະພວກເຂົາກໍໄດ້ປະກາດພຣະທັມດ້ວຍ.