lo_1sa_text_ulb_l3/19/04.txt

1 line
1.2 KiB
Plaintext

\v 4 ໂຢນາທານໄດ້ກ່າວຊົມເຊີຍດາວິດຕໍ່ໂຊນຜູ້ເປັນບິດາ ແລະໄດ້ກ່າວກັບພະອົງວ່າ,"ຂໍຢ່າໃຫ້ກະສັດເຮັດບາບຕໍ່ດາວິດຜູ້ຮັບໃຊ້ຂອງພະອົງເລີຍ. ເພາະວ່າ ດາວິດບໍ່ໄດ້ເຮັດບາບຕໍ່ພະອົງ, ແລະລາວໄດ້ເຮັດການງານທີ່ດີທັງຫລາຍເພື່ອພະອົງ. \v 5 ເພາະລາວໄດ້ສ່ຽງຊີວິດຂອງລາວ ແລະໄດ້ຂ້າຄົນຟີລິສະຕິນນັ້ນ. ພຣະຢາເວໄດ້ປຣະທານຊັຍຊະນະທີ່ຍິ່ງໃຫຍ່ສຳລັບອິສະຣາເອນທັງປວງ. ພະອົງໄດ້ເຫັນແລ້ວແລະກໍໄດ້ຊື່ນຊົມຍິນດີ. ເປັນຫຍັງພະອົງຈະເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດໂດຍການຂ້າດາວິດເສຍຢ່າງບໍ່ມີເຫດຜົນ?"