lo_1sa_text_ulb_l3/18/10.txt

1 line
1.0 KiB
Plaintext

\v 10 ໃນວັນຕໍ່ມາ ວິນຍານອັນຕະຣາຍຈາກພຣະເຈົ້າກໍໄດ້ເຂົ້າສິງໂຊນ ແລະພະອົງກໍໄດ້ເວົ້າຄືຄົນບ້າຢູ່ໃນວັງຂອງພະອົງ. ດັ່ງນັ້ນດາວິດກໍໄດ້ຫລິ້ນເຄື່ອງດົນຕຣີຢ່າງທີ່ລາວເຄີຍເຮັດແຕ່ລະວັນ. ໂຊນໄດ້ຖືຫອກຢູ່ໃນມືຂອງພະອົງ. \v 11 ໂຊນກໍໄດ້ຊັດຫອກ, ດ້ວຍຫວັງວ່າ,"ຂ້າຈະສຽບດາວິດໃຫ້ຕິດກັບຟາ." ແຕ່ດາວິດຫນີຈາກມືຂອງໂຊນສອງຄັ້ງໃນສະຖານະການແບບນີ້. \v 12 ໂຊນກໍຢ້ານກົວດາວິດ, ເພາະວ່າພຣະຢາເວສະຖິດກັບລາວ, ແຕ່ບໍ່ໄດ້ສະຖິດກັບໂຊນອີກແລ້ວ.