lo_1sa_text_ulb_l3/17/39.txt

1 line
1.3 KiB
Plaintext

\v 39 ດາວິດກໍໄດ້ຄາດດາບທັບຊຸດເກາະຂອງລາວ. ແຕ່ລາວບໍ່ສາມາດຈະຍ່າງໄປໄດ້, ເພາະວ່າລາວບໍ່ໄດ້ຮັບການຝືກກັບສິ່ງເຫລົ່ານັ້ນ. ແລ້ວດາວິດຈຶ່ງໄດ້ກ່າວກັບໂຊນວ່າ,"ຂ້ານ້ອຍບໍ່ສາມາດອອກໄປສູ້ຮົບກັບເຄື່ອງເຫລົ່ານີ້ໄດ້, ເພາະວ່າຂ້ານ້ອຍບໍ່ເຄີຍໄດ້ຝືກຝົນກັບພວກນີ້ມາກ່ອນ." ດັ່ງນັ້ນດາວິດຈຶ່ງໄດ້ແກ້ພວກມັນອອກ. \v 40 ລາວຈຶ່ງໄດ້ຖືໄມ້ຄ້ອນເທົ້າໄວ້ໃນມືຂອງລາວ ແລະໄດ້ເລືອກກ້ອນຫິນກ້ຽງໄດ້ຫ້າກ້ອນຈາກແຄມແມ່ນໍ້າ; ລາວຈຶ່ງໄດ້ໃສ່ໃນຖົງຜູ້ລ້ຽງແກະຂອງລາວ. ຢາງກະຖຸນຂອງລາວກໍໄດ້ຢູ່ໃນມືຂອງລາວ ເມື່ອລາວໄດ້ອອກໄປຫາຄົນຟີລິສະຕິນ.