lo_1sa_text_ulb_l3/17/34.txt

1 line
762 B
Plaintext

\v 34 ແຕ່ດາວິດໄດ້ຕອບໂຊນວ່າ,"ຜູ້ຮັບໃຊ້ຂອງທ່ານເຄີຍລ້ຽງຝູງແກະຂອງບິດາ. ເມື່ອສິງໂຕຫລືຫມີໄດ້ມາເອົາລູກແກະໂຕຫນຶ່ງໄປຈາກຝູງ, \v 35 ຂ້ານ້ອຍກໍໄດ້ໄລ່ຕິດຕາມມັນໄປ, ແລະຊ່ວຍກູ້ລູກແກະນັ້ນມາຈາກປາກຂອງມັນ. ເມື່ອມັນໄດ້ລຸກຂຶ້ນຕໍ່ສູ້ຂ້ານ້ອຍ, ຂ້ານ້ອຍກໍໄດ້ຈັບຄາງຂອງມັນ, ໄດ້ທຸບຕີມັນ, ແລະໄດ້ຂ້າມັນເສຍ.