lo_1sa_text_ulb_l3/17/31.txt

1 line
1.1 KiB
Plaintext

\v 31 ເມື່ອຖ້ອຍຄຳທີ່ດາວິດໄດ້ເວົ້ານັ້ນໄດ້ຍິນທົ່ວກັນ, ບັນດາທະຫານໄດ້ເລົ່າໃຫ້ໂຊນຟັງ, ແລະພະອົງຈຶ່ງໃຫ້ນຳດາວິດເຂົ້າມາ. \v 32 ແລ້ວດາວິດກໍໄດ້ທູນໂຊນວ່າ,"ຢ່າໃຫ້ຈິດໃຈຂອງໃຜຢ້ານໄປ ເພາະຊາຍຄົນຟີລິສະຕິນຄົນນັ້ນເລີຍ; ຜູ້ຮັບໃຊ້ຂອງພະອົງຈະໄປສູ້ຮົບກັບຄົນຟີລິສະຕິນຄົນນີ້." \v 33 ໂຊນໄດ້ກ່າວກັບດາວິດວ່າ, "ເຈົ້າບໍ່ສາມາດໄປຕໍ່ສູ້ຄົນຟີລິສະຕິນນີ້ ເພື່ອສູ້ຮົບກັບລາວ; ເພາະເຈົ້າເປັນພຽງເດັກຫນຸ່ມ, ແລະລາວເປັນນັກຮົບມາຕັ້ງແຕ່ຍັງເປັນຊາຍຫນຸ່ມ."