lo_1sa_text_ulb_l3/17/17.txt

1 line
886 B
Plaintext

\v 17 ແລ້ວເຢຊີໄດ້ເວົ້າກັບດາວິດລູກຂອງຕົນວ່າ, "ຈົ່ງນຳເຂົ້າຂົ່ວຫນຶ່ງເອຟານີ້ ແລະເຂົ້າຈີ່ສິບກ້ອນນີ້, ແລະນຳໄປໃຫ້ພວກອ້າຍໆຂອງເຈົ້າທີ່ຄ້າຍໄວໆ. \v 18 ພ້ອມກັນນັ້ນ ຈົ່ງນຳເນີຍແຂງສິບກ້ອນນີ້ໄປໃຫ້ຜູ້ບັງຄັບກອງພັນຂອງພວກເຂົາດ້ວຍເຊັ່ນກັນ. ຈົ່ງເບິ່ງວ່າ ພວກອ້າຍໆຂອງເຈົ້າທຸກສຸກຢ່າງໃດ ແລະຈົ່ງນຳຫລັກຖານທີ່ສະແດງວ່າພວກເຂົາສະບາຍດີກັບມາດ້ວຍ.